ກ່ອນປີ 1975:
ວຽກງານສຳຫຼວດ, ສຶກສາ, ຄົ້ນຄ້ວາກ່ຽວກັບດິນ ເພື່ອການຜະລິດກະສິກຳໄດ້ມີການເຄື່ອນໄຫວ ແລະ ຈັດຕັ້ງປະຕິບັດຕາມເປົ້າໝາຍ ແລະ ຈຸດປະສົງ ຕາມແຕ່ລະໂຄງການ ເຊັ່ນ: ໂຄງການຄົ້ນຄວ້າດິນເຂດທົ່ງຮາບວຽງຈັນ ຂອງລັດຖະບານຝຣັ່ງ ໂຄງການພັດທະນາກະສິກຳຂອງຢີ່ປຸ່ນ ເຂດເມືອງຫາດຊາຍຟອງ ປີ 1964-1968. ໂຄງການ Colombo Plan ປະເທດອັງກິດ (1970-1972), ໂຄງການພັດທະນາການກະເສດຂອງອາເມລິກາ(ຢູເສດປີ 1965-1974) ເຫຼົ່ານີ້ເປັນຕົ້ນ.
15 ມີນາ 1972 ສ້າງຕັ້ງ ສຸນວິໄຈດິນ ແລະ ຢາປາບສັດຕູພືດ ທີ່ສະຖານີຄົ້ນຄວ້າສາລະຄຳ.
ປີ 1974 ສ້າງຕັ້ງ ສູນວິໃຈດີນ ແລະ ໂຮງຮຽນກະສິກໍາທີ່ດົງໂດກ École Royal Agro-Sylvo Patoral ຫຼື ERASP (ເຊີ່ງຕໍ່ມາໄດ້ຍ້າຍໄປຕັ້ງຢູ່ນາບົງໃນປີ 1978 ແລະ ປ່ຽນມາເປັນມະຫາໄລກະເສດໃນປະຈຸບັນ).
ຫຼັງປີ 1975:
- 1975-1980 ສູນວິໃຈດີນດົງໂດກ ໄດ້ສຸມໃສ່ວຽກງານສຳຫຼວດ, ຈັດສັນ, ດິນກະສິກຳ ໄດ້ມີການຈັດຕັ້ງ ແລະ ເຄື່ອນໄຫວຢ່າງເປັນຮູບປະທຳຂຶ້ນ ຂຶ້ນກັບກົມຄຸ້ມຄອງດິນນາ ແລະ ປູກຝັງ.
- 1980-1982 ໄດ້ປ່ຽນຊື່ເປັນພະແນກຄຸ້ມຄອງ ແລະ ປັບປຸງດິນ, ຂື້ນກັບກົມຄຸ້ມຄອງດິນນາ ແລະ ປູກຝັງ.
- 1982-1991 ໄດ້ສ້າງຕັ້ງເປັນສູນຄົ້ນຄ້ວາ ແລະ ວິໃຈດິນ ຂື້ນກັບ ກົມປູກຝັງ.
- 1991-1999 ໄດ້ປ່ຽນເປັນສູນສຳຫຼວດ ແລະ ແບ່ງເຂດດິນກະສິກຳ ຂຶ້ນກັບ ກົມປູກຝັງ.
- 2008 ໄດ້ສ້າງຕັ້ງສູນກະສິກໍານິເວດເຊີ່ງເຮັດວຽກໃນການພັດທະນາທີ່ດີນ ພາຍໄຕ້ທຶນຊ່ວຍເຫຼືອຈາກທະນາຄານໂລກ. ພ້ອມນີ້, ຍັງໄດ້ຮັບການຊ່ວຍເຫຼືອທາງດ້າານເຕັກນິກຈາກ CIRAD ຜ່ານ ອົງການຝຣັ່ງເສດເພື່ອການພັດທະນາ, ເຊິ່ງເປັນອີກສູນໜຶ່ງທີ່ຂຶ້ນກັບ ສະຖາບັນຄົ້ນຄວ້າກະສິກໍາ ແລະ ປ່າໄມ້.
- 2012 ຮອດປະຈຸບັນ ໄດ້ສ້າງຕັ້ງ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ໂດຍການລວມເອົາສອງສູນຂ້າງເທິງ ໃນວັນທີ 19 ກັນຍາ 2012.
ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ຂຽນເປັນຕົວອັກສອນຫຍໍ້ວ່າ “ຄພດກ” ແມ່ນກົງຈັກໜຶ່ງຂອງກະຊວງກະສິກຳ ແລະ ປ່າໄມ້, ມີພາລະບົດບາດເປັນເສນາທິການໃຫ້ແກ່ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໃນການຈັດຕັ້ງປະຕິບັດວຽກງານ ສຳຫຼວດ, ຈັດສັນ, ກຳນົດແບ່ງເຂດທີ່ດິນກະສິກຳ, ຄຸ້ມຄອງ, ນຳໃຊ້, ການປົກປັກຮັກສາ, ການບູລະນະ ແລະ ປັບປຸງດິນ, ການທົດລອງສາທິດ ແລະ ຖ່າຍທອດເຕັກໂນໂລຊີ, ປັບປຸງ ແລະ ນຳໃຊ້ທີ່ດິນກະສິກຳທີ່ເໝາະສົມ ເພື່ອແນໃສ່ການຄຸ້ມຄອງການນໍາໃຊ້ ແລະ ພັດທະນາທີ່ດິນກະສິກຳ ແລະ ຝຸ່ນ ໃຫ້ມີປະສິດທິຜົນ ແລະ ຍືນຍົງ.