ແຜນງານທີ 1: ສຳຫຼວດ ແລະ ວາງແຜນນໍາໃຊ້ທີ່ດິນກະສິກຳ
ຈຸດປະສົງ:
-
ດໍາເນີນ ການສໍາຫຼວດ, ສຶກສາຈໍາແນກ, ປະເມີນຄຸນນະພາບ ແລະ ຄວາມເຫມາະສົມຂອງດິນ, ກໍານົດແບ່ງເຂດທີ່ດິນກະສິກໍາ ໃນເນື້ອທີ່ 4,5 ລ້ານເຮັກຕາ, ວາງແຜນນໍາໃຊ້ທີ່ດິນກະສິກໍາ ແລະ ສ້າງແຜນທີ່ດິນກະສິກໍາ ໃນແຕ່ລະລະດັບ ພ້ອມທັງສໍາຫຼວດຂອບເຂດ;
-
ກໍານົດເຂດປູກພືດອຸດສາຫະກໍາ, ເຂດປູກພືດສະບຽງ, ເຂດປູກເຂົ້າ, ເຂດປູກໄມ້ໃຫ້ຫມາກ, ເຂດປູກໄມ້ເສດຖະກິດ, ເຂດປູກພືດອາຫານສັດ, ເຂດລ້ຽງສັດໃຫຍ່ ຕາມແລວທາງລົດໄຟລາວ-ຈີນ ແລະ ແລວທາງ ເສດຖະກິດ ເຊື່ອມຈອດກັບບັນດາປະເທດໃກ້ຄຽງ ເພື່ອຮັບໃຊ້ການລົງທຶນ ແລະ ວາງແຜນຊຸກຍູ້ ສົ່ງເສີມ ການຜະລິດພາຍໃນທົດແທນການນໍາເຂົ້າ ແລະ ການຜະລິດເພື່ອສົ່ງອອກ ລວມທັງກໍານົດພື້ນທີ່ ທີ່ມີຄວາມສ່ຽງຕໍ່ການເກີດໄພພິບັດ ແລະ ການປັບຕົວການປ່ຽນແປງດິນຟ້າອາກາດ;
-
ສໍາຫຼວດ, ວັດແທກລະດັບນໍ້າໃຕ້ດິນ ແລະ ເກັບກໍາຕົວຢ່າງໃນພື້ນທີ່ດິນກະສິກໍາມາວິໄຈ ແລະ ສ້າງເປັນແຜນທີ່ ເພືອເປັນຂໍ້ມູນການວາງແຜນນໍາໃຊ້ ແລະ ພັດທະນາທີ່ດິນກະສິກໍາ;
-
ສະຫນອງ ແລະ ໃຫ້ບໍລິການຂໍ້ມູນ ແກ່ພາກລັດ, ອົງການຈັດຕັ້ງສາກົນ, ຜູ້ປະກອບການ ແລະ ຊາວກະສິກອນ ເພື່ອນໍາໃຊ້ເຂົ້າໃນການພັດທະນາ ແລະ ປົກປັກຮັກສາທີ່ດິນກະສິກໍາ ໃຫ້ມີປະສິດທິຜົນ.
ໜ້າວຽກຈຸດສຸມ:
-
ປະສານສົມທົບກັບພາກສ່ວນກ່ຽວຂ້ອງໃນການສໍາຫຼວດ ກໍານົດປະເພດທີ່ດິນກະສິກໍາ ແລະ ຮັບຮອງເຂດແຕ່ລະປະເພດໃນເນື້ອທີ່ 4,5 ລ້ານ ເຮັກຕາ ຢູ່ແຕ່ລະແຂວງ ໃນທົ່ວປະເທດ;
-
ສໍາຫຼວດ ຈຳແນກ ແລະ ປະເມີນຄຸນນະພາບ ດິນກະສິກໍາ;
-
ສໍາຫຼວດ ວາງແຜນນຳໃຊ້ ທີ່ດິນກະສິກຳ ຕາມປະເພດພືດປູກ;
-
ສໍາຫລວດ ເກັບຕົວຢ່າງນໍ້າໃຕ້ດິນໃນພື້ນທີ່ດິນກະສິກໍາ;
-
ສໍາຫລວດ ກໍານົດພື້ນທີ່ ທີ່ມີຄວາມສ່ຽງຕໍ່ການເກີດໄພພິບັດ ແລະ ການປັບຕົວການປ່ຽນແປງດິນຟ້າອາກາດ)
-
ສ້າງແຜນທີ່ດິນກະສິກໍາ ແລະ ພັດທະນາຂໍ້ມູນຂ່າວສານ ທາງດ້ານພູມີສາດ GIS
ໂຄງການ:
-
ໂຄງການ ສໍາຫຼວດ, ກໍານົດ ແລະ ຈັດສັນ 4 ປະເພດທີ່ດິນກະສິກໍາ 4,5 ລ້ານ ລະດັບແຂວງ ໃນທົ່ວປະເທດ;
-
ໂຄງການ ພັດທະນາຂໍ້ມູນຂ່າວສານ ທາງດ້ານພູມີສາດ GIS ລະດັບແຂວງ;
-
ໂຄງການ ສໍາຫຼວດ ແລະ ກໍານົດເຂດທີ່ດິນກະສິກໍາ ບັນດາແຂວງຕາມແລວທາງລົດໄຟ ມາດຕາສ່ວນ 1/10.000 - 1/5.000;
-
ໂຄງການ ສໍາຫຼວດຂອບເຂດ ແລະ ປະເມີນຄຸນນະພາບດິນນາເຂດຊົນລະປະທານ ໃນ 10 ແຂວງຈຸດສຸມບູລິມະສິດ ລະດັບເມືອງ;
-
ໂຄງການ ສໍາຫຼວດ ແລະ ຈໍາແນກດິນ ລະດັບເມືອງ;
-
ໂຄງການ ສໍາຫຼວດ ແລະ ປະເມີນຜົນ ຂອງການກໍານົດແບ່ງເຂດດິນກະສິກໍາ ລະດັບເມືອງ;
-
ໂຄງການ ປະເມີນຄຸນນະພາບດິນນາ ໃນເຂດທົ່ງພຽງກາງ ແລະ ນ້ອຍ;
-
ໂຄງການ ສໍາຫຼວດ ແລະ ວາງແຜນນໍາໃຊ້ທີ່ດິນກະສິກໍາ ລະດັບບ້ານ;
-
ໂຄງການ ສໍາຫຼວດການປ່ຽນແປງທີ່ດິນກະສິກໍາ ລະດັບບ້ານ;
-
ໂຄງການ ປະເມີນຜົນແຜນຈັດສັນ ແລະ ຄຸ້ມຄອງນໍາໃຊ້ທີ່ດິນກະສິກໍາ ແບບມີສ່ວນຮ່ວມ ຂັ້ນບ້ານ ທີ່ໄດ້ກໍານົດໄວ້;
-
ໂຄງການ ສໍາຫລວດ ວັດແທກລະດັບ ແລະ ເກັບຕົວຢ່າງນໍ້າໃຕ້ດິນ;
-
ໂຄງການ ສໍາຫລວດ ຂອບເຂດພື້ນທີ່ ທີ່ມີຄວາມສ່ຽງຕໍ່ການເກີດໄພພິບັດຕໍ່ດິນກະສິກໍາ ແລະ ການປັບຕົວການປ່ຽນແປງດິນຟ້າອາກາດ.