ແຜນງານທີ 4: ການພັດທະນາທີ່ດິນ ແລະ ຄຸ້ມຄອງການນໍາໃຊ້ຝຸ່ນ
ຈຸດປະສົງ:
-
ຄົ້ນຄ້ວາ, ປັບປຸງດິນນາ ດ້ວຍຮູບແບບຕ່າງໆ, ຟື້ນຟູດິນກະສິກໍາ ທີ່ເສື່ອມໂຊມ
-
ຄົ້ນຄວ້າ, ທົດລອງ, ສາທິດຮູບແບບ ແລະ ສ້າງຮູບແບບ ການນຳໃຊ້ທີ່ດິນກະສິກໍາ ໃນແຕ່ລະເຂດການຜະລິດ ໃຫ້ສອດຄ່ອງ ກັບຈຸດພິເສດ ແລະ ພູມສັນຖານ ຂອງແຕ່ລະທ້ອງຖິ່ນ ໂດຍນຳໃຊ້ເຕັກນິກວິທະຍາສາດ ແລະ ເຕັກໂນໂລຊີທີ່ເໝາະສົມ; ສຶກສາ, ຄົ້ນຄວ້າ, ທົດລອງ, ສາທິດ ແລະ ສ້າງຮູບແບບການຈັດການດິນ, ນໍ້າ, ແລະ ອັດຕາຝຸ່ນທີ່ ເໝາະສົມ ຕໍ່ການປູກພືດ ໃນແຕ່ລະເຂດທີ່ສາມາດນຳໃຊ້ ໃຫ້ຖືກກັບພືດປູກ ແລະ ສະພາບຂອງດິນ;
-
ຄົ້ນຄ້ວາຮູບແບບ ແລະ ສ້າງຕົວແບບ ການຜະລິດຝຸ່ນ, ດິນປູກ; ເກັບຂໍ້ມູນ ແລະ ຕົວຢ່າງວັດຖຸດິບ ທີ່ມີທ່າແຮງ ໃນແຕ່ລະທ້ອງຖິ່ນ ທີ່ໂຮງງານ, ຜູ້ປະກອບການ ແລະ ຊາວກະສິກອນ ນຳໃຊ້ຜະລິດຝຸ່ນ;
-
ຄຸ້ມຄອງ, ຊຸກຍູ້, ສົ່ງເສີມ ແລະ ພັດທະນາໂຮງງານຜະລິດຝຸ່ນຊີວະພາບ, ຝຸ່ນອົງຄະທາດ ແລະ ໂຮງງານຜະລິດຝຸ່ນວິທະຍາສາດ; ສ້າງແຜນດຸ່ນດ່ຽງຝຸ່ນ ໃນຂອບເຂດທົ່ວປະເທດ;
-
ຕິດຕາມ, ກວດກາ ຊຸກຍູ້, ໃຫ້ການບໍລິການ, ການຜະລິດຝຸ່ນ, ດິນປູກຂອງໂຮງງານ, ຜູ້ປະກອບການ ແລະ ກຸ່ມຊາວກະສິກອນ; ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອດຸ່ນດ່ຽງການສະໜອງຝຸ່ນພາຍໃນ, ໃນການອອກ, ໂຈະ ຫຼື ຖອນໃບອະນຸຍາດ ດຳ ເນີນທຸລະກິດ ກ່ຽວກັບໂຮງງານຜະລິດ ແລະ ຮ້ານຈຳໜ່າຍຝຸ່ນ;
-
ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ແຕ່ສູນກາງ ຮອດທ້ອງຖິ່ນ ເພື່ອພັດທະນາທີ່ດິນ ແລະ ຄຸ້ມຄອງການນໍາໃຊ້ຝຸ່ນ ໃຫ້ມີປະສິດທິຜົນ ເຊັ່ນ: ກະຊວງອຸດສາຫະກໍາ ແລະ ການຄ້າ, ກົມປູກຝັງ, ພະແນກກະສິກໍາ ແລະ ປ່າໄມ້, ພະແນກອຸດສາຫະກໍາ ແລະ ການຄ້າ, ຫ້ອງການກະສິກໍາ ແລະ ປ່າໄມ້, ຜູ້ປະກອບການ ເປັນຕົ້ນ;
-
ເຜີຍແຜ່ຜົນການຄົ້ນຄວ້າ, ການທົດລອງ ແລະ ບັນດາເຕັກນິກການປັບປຸງດິນ, ການນຳໃຊ້ດິນ, ການຜະ ລິດ-ນຳໃຊ້ຝຸ່ນທີ່ເໝາະສົມໃຫ້ກຸ່ມຊາວກະສິກອນ, ຜູ້ປະກອບການ, ນັກຮຽນຮູ້ ແລະ ຜູ້ສົນໃຈທົ່ວໄປ.
ໜ້າວຽກຈຸດສຸມ:
-
ຄົ້ນຄວ້າ ພັດທະນາ ຮູບແບບການຜະລິດ ແລະ ນຳໃຊ້ ຝຸ່ນອົງຄະທາດ ໃນເຂດຈຸດສຸມການຜະລິດເຂົ້າ ແລະ ພືດທີ່ເປັນບຸລິມະສິດ;
-
ສາທິດ ຜັນຂະຫຍາຍ ວິທີການ ນໍາໃຊ້ດິນຄ້ອຍຊັນທີີ່ເໝາະສົມ ໃນເຂດພູດອຍ;
-
ພັດທະນາຮູບແບບ ການຈັດການດິນ, ນໍ້າ ແລະ ຝຸ່ນຕໍ່ການປູກພືດ ເຂດມີຄວາມສ່ຽງຕໍ່ໄພແຫ້ງແລ້ງ ແລະ ການປ່ຽນແປງຂອງດິນຟ້າອາກາດ;
-
ສາທິດ ແລະ ຂະຫຍາຍ ຮູບແບບ ການປັບປຸງດິນ ດ້ວຍຮູບແບບຕ່າງໆເຊັ່ນ: ຝຸ່ນຂຽວ (ພືດຕະກຸນຖົ່ວ), ໄຖປົກຕໍເຟືອງ ເປັນຕົ້ນ;
-
ຄຸ້ມຄອງ, ຕິດຕາມ, ກວດກາ, ໃຫ້ການບໍລິການຕໍ່ການຜະລິດຝຸ່ນ ແລະ ດິນປູກຂອງໂຮງງານ, ຜູ້ປະກອບການ ແລະ ກຸ່ມຊາວກະສິກອນ;
-
ຕິດຕາມ-ກວດກາ ການຈຳໜ່າຍ, ການນໍາໃຊ້ ແລະ ອອກໃບຢັ້ງຢືນຝຸ່ນ;
-
ປັບປຸງ ແລະ ຟື້ນຟູ ດິນກະສິກຳ ທີ່ເສື່ອມໂຊມ;
-
ຄົ້ນຄວ້າ, ສາທິດ ແລະ ຜັນຂະຫຍາຍ ວິທີການນຳໃຊ້ດິນ ແບບອານຸລັກ, ກະສິກໍາແບບນິເວດ ແລະ ເປັນມິດຕໍ່ສິ່ງແວດລ້ອມ.
ໂຄງການ:
-
ໂຄງການສ້າງຕົວແບບ ການຜະລິດ ແລະ ນໍາໃຊ້ຝຸ່ນອົງຄະທາດ ຈາກສິ່ງເສດເຫຼືອກະສິກຳ ໃນຕະຫຼາດຊູມຊົນ;
-
ໂຄງການທົດສອບການນຳໃຊ້ຝຸ່ນ ຕໍ່ການປັບປຸງດີນ ໃນເຂດທີ່ປູກມັນຕົ້ນ, ອ້ອຍ, ສາລີ ແລະ ພຶດຜັກຢ່າງຕໍ່ເນື່ອງ;
-
ໂຄງການສ້າງທະນາຄານຝຸ່ນໃນກຸ່ມຊາວກະສິກອນຜູ້ປູກເຂົ້າ ແລະ ພືດຜັກ;
-
ໂຄງການສ້າງຕົວແບບຈັດການດິນ ແລະ ຝຸ່ນ ຕໍ່ການປູກພືດໃນເຂດພື້ນທີ່ດິນຄ້ອຍຊັນ ສຳລັບການກະສິກຳທີ່ໝັ້ນຄົງ;
-
ໂຄງການສ້າງຄອບຄົວຕົວແບບ ໃນການຈັດການດິນ ແລະ ຝຸ່ນຕໍ່ກັບການປູກໄມ້ໃຫ້ໝາກເປັນສິນຄ້າ;
-
ໂຄງການຈັດການດິນປູກພຶດສະເພາະ ພື້ນທີ່ຂັ້ນບ້ານຫຼັງຈາກ ວາງແຜນນຳໃຊ້ທີ່ດິນຂັ້ນບ້ານແລ້ວ;
-
ໂຄງການສ້າງຕົວແບບການຈັດການດິນ, ນໍ້າ ແລະ ຝຸ່ນ ສະເພາະພື້ນທີ່ ສຳລັບຊາວກະສິກອນຂະໜາດນ້ອຍທີ່ ຢູ່ໃນເຂດແຫ້ງແລ້ງມີຄວາມສ່ຽງສູງ;
-
ໂຄງການສ້າງຕົວແບບ ໃນການຈັດການດິນ ແລະ ຝຸ່ນ ຕໍ່ການປູກກ້ວຍເປັນສິນຄ້າ ຫຼຸດຜ່ອນການໃຊ້ສານເຄມີ;
-
ໂຄງການສ້າງຊາວນາຕົວແບບປັບປຸງດິນນາ ດ້ານຮູບແບບຕ່າງໆ ໃນ 10 ແຂວງຈຸດສຸມລັດຖະບານ;
-
ໂຄງການຜັນຂະຫຍາຍການໄຖປົກຕໍເຟືອງ ໃນເຂດນໍ້າຝົນ 7 ທົ່ງພຽງໃຫຍ່;
-
ໂຄງການສ້າງຕົວແບບນຳໃຊ້ເສດພືດ ແລະ ວັດສະພືດ ຕໍ່ການປັບປຸງດິນ ປູກພືດ;
-
ໂຄງການຍົກສະມັດຕະພາບການຜະລິດຖົ່ວ ແລະ ສາລີ ທີ່ເປັນສິນຄ້າ ຫຼັງເກັບກ່ຽວເຂົ້ານາ ເຂດພາກເໜືອຂອງລາວ ແລະ 10 ແຂວງຈຸດສຸມຂອງລັດຖະບານ;
-
ໂຄງການຊຸກຍູ້, ຕິດຕາມ, ກວດກາ ການຜະລິດ ແລະ ຈໍາຫນ່າຍຝຸ່ນຊີວະພາບ, ຝຸ່ນອົງຄະທາດ ແລະ ດິນປູກ;
-
ໂຄງການຟື້ນຟູດິນກະສິກໍາທີ່ເສື່ອມໂຊມ;
-
ໂຄງການສ້າງຕົວແບບຜະລິດກະສິກໍາແບບນິເວດ ແລະ ປັບປຸງລະບົບກະສິກໍາແບບນິເວດ;
-
ໂຄງການສ້າງຄວາມເຂັ້ມແຂງດ້ານວິຊາການປັບປຸງໃນການຍົກສະມັດຕະພາບການຜະລິດກະສິກໍາ ໃຫ້ກຸ່ມຊາວ
-
ໂຄງການສ້າງຄວາມເຂັ້ມແຂງດ້ານການຜະລິດຝຸ່ນໃຫ້ກຸ່ມຊາວກະສິກອນ, ຜຸ້ປະກອບການ, ສູນເຕັກນິກ ແລະ ສະຖານີ ໃນເຂດຈຸດສຸມການຜະລິດກະສິກໍາທົດແທນການນໍາເຂົ້າ ເປັນສິນຄ້າສົ່ງອອກ.