ໂຄງການ Rights-LINK Lao project
ຈຸດປະສົງ
ເພື່ອປັບປຸງຄວາມຮູ້, ຄວາມສາມາດ ແລະ ການມີສ່ວນຮ່ວມໃນການຄຸ້ມຄອງການນຳໃຊ້ທີ່ດິນກະສິກຳ ຂອງຂະ
ແໜງການກະສິກຳ ແລະປ່າໄມ້ ແລະເຄືອຂ່າຍ ທີ່ ກ່ຽວຂ້ອງ (ລັດ, ລວມໝູ່, ບຸກຄົນ, ນິຕິບຸກຄົນ, ຜູ້ປະກອບ
ການພາຍໃນ , ອົງການຈັດຕັ້ງທາງສັງຄົມ, ແມ່ຍິງ ແລະປະຊາຊົນລາວບັນດາເຜົ່າ) ເພື່ອໃຫ້ທຸກພາກສ່ວນໄດ້
ເຂົ້າມາມີສ່ວນຮ່ວມ ແລະ ມີບົດບາດ ໃນການຄຸ້ມຄອງການນຳໃຊ້ ທີ່ດິນກະສິກຳໄດ້ຢ່າງເຕັມສ່ວນ, ເຮັດໃຫ້ການນໍາ
ໃຊ້ທີ່ດິນ ມີຄວາມສະງົບ, ຍຸດຕິທຳ ແລະ ມີຄວາມຍືນຍົງ. ທາງດ້ານສະບຽງອາຫານ
ສູນເຄືອຂ່າຍຂໍ້ມູນຂ່າວສານການຄຸ້ມຄອງການນຳໃຊ້ທີ່ດິນ ກະສິກຳ
ສູນຂໍ້ມູນທີ່ດິນແລະຊັບພະຍາກອນທຳມະຊາດຂອງໂຄງການເຄືອຂ່າຍຂໍ້ມູນທີ່ດິນແລະ
ຊັບພະຍາກອນທຳມະຊາດພາຍໃຕ້ອົງການບ້ານຈຸດສຸມສາກົນໄດ້ສ້າງຕັ້ງຂຶ້ນທີ່
ນະຄອນຫຼວງວຽງຈັນເພື່ອສົ່ງເສີມຄວາມຮູ້, ການເຂົ້າເຖິງຂໍ້ມູນຂ່າວສານ, ການຮ່ວມ
ມື ແລະ ການປຶກສາຫາລືກ່ຽວກັບປະເດັນທາງດ້ານທີ່ດິນ ແລະ ຊັບພະຍາກອນດ້ານທີ່
ດິນ ແລະ ຊັບພະຍາກອນທຳມະຊາດ. ສູນຂໍ້ມູນດັ່ງກ່າວເປັນສູນກາງທີ່ລວບລວມເອົາ
ຂໍ້ມູນຂ່າວສານແລະສື່ອຸປະກອນທີ່ຫຼາກຫຼາຍ,ເປັນພື້ນທີ່ໃນການແລກປ່ຽນເລື່ອງ
ລາວຕ່າງໆ ແລະ ແນວຄວາມຄິດລະຫວ່າງຊຸມຊົນທ້ອງຖິ່ນ ແລະ ຜູ້ວາງນະໂຍບາຍ
ເພື່ອແກ້ໄຂບັນຫາຂໍ້ຈຳກັດທາງດ້ານຂໍ້ມູນ,ເປັນຮູບແບບໃໝ່ທີ່ສ້າງສັນໃນການ
ສົ່ງເສີມການເຜີຍແຜ່ຂ້ໍມູນຂ່າວສານໃຫ້ກ້ວາງຂວາງເພ່ືອປັບປຸງຂະບວນການ
ຕັດສິນໃຈໃຫ້ມີຄວາມເໝາະສົມ.
ສູນຂໍ້ມູນທີ່ດິນ ເປີດ ວັນຈັນ – ວັນສຸກ ເວລາ 8:00 ເຊົ້າ – 16:00 ແລງ