Logo
Untitled 1

ວິໄສທັດ: ຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ ທີ່ດິນກະສິກໍາ ໃຫ້ມີປະສິດທິຜົນ ຕາມທິດສີຂຽວ ແລະ ຍືນຍົງ. ເປົ້າໝາຍ: ເພີ່ມທະວີ ວຽກງານການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ໃນໄລຍະໃໝ່ ແນໃສ່ຮັກສາໄວ້ທີ່ດິນກະສິກຳ ໃນເນື້ອທີ່ 4,5 ລ້ານເຮັກຕາ ຫຼື ກວມເອົາ 19%   ຂອງເນື້ອທີ່ດິນທົ່ວປະເທດ, ນໍາໃຊ້ທີ່ດິນກະສິກໍາ ໃຫ້ມີປະສິດທິຜົນສູງ ມີຄວາມຍືນຍົງ ປະກອບສ່ວນ ເຂົ້າໃນການຊຸກຍູ້ຂະຫຍາຍເສດຖະກິດຂອງປະເທດ ແລະ ປັບປຸງຊີວິດການເປັນຢູ່ ຂອງປະຊາຊົນໃຫ້ດີຂຶ້ນ.

ກອງປະຊຸມປຶກສາຫາລືການປະເມີນ ແລະ ຄວາມຕ້ອງການສ້າງຄວາມເຂັ້ມແຂງທາງດ້ານວິຊາການ ຢູ່ແຂວງສະຫວັນນະເຂດ

ໃນຕອນເຊົ້າ ຂອງວັນທີ 25 ມັງກອນ 2024 ໄດ້ຈັດກອງປະຊຸມຂື້ນ ທີ່ຫ້ອງປະຊຸມ ຫໍວັດທະນະທຳ ແຂວງສະຫວັນນະເຂດ ພາຍໃຕ້ການເປັນປະທານຂອງ ທ່ານ ຄໍາມອນ ທິລາວົງ ຮອງຫົວໜ້າ ພະແນກກະສິກໍາ ແລະ ປ່າໄມ້ ແຂວງສະຫວັນນະເຂດ. ມີຜູ້ເຂົ້າຮ່ວມ ຈາກກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ຊ່ຽວຊານດ້ານດິນຂອງໂຄງການ FAO, ບັນດາ ຂະແໜງການອ້ອມຂ້າງ ພະແນກກະສິກໍາ ແລະ ປ່າໄມ້ ແຂວງ, ຫ້ອງການ ກະສິກໍາ ແລະ ປ່າໄມ້ ເມືອງ (ເມືອງ ສອງຄອນ, ອາດສະພອນ, ພະລານໄຊ, ເມືອງພີນ ແລະ ເມືອງນອງ), ມີຜູ້ເຂົ້າຮ່ວມ 54 ທ່ານ, ຍິງ 16 ທ່ານ. ຈຸດປະສົງ ຂອງກອງປະຊຸມແມ່ນ 1. ເພື່ອສະຫຼູບລາຍງານຜົນໄດ້ຮັບຈາກການສຳພາດເກັບກຳຂໍ້ມູນຕົວຈິງ ກ່ຽວກັບການປະເມີນຄວາມຮູ້ຄວາມສາມາດ ແລະ ຄວາມຕ້ອງການຂອງພະນັກງານຂັ້ນເມືອງ, ຂັ້ນແຂວງ ກ່ຽວກັບການຈັດການດິນ ແລະ ນໍ້າ ຢູ່ແຂວງສະຫວັນນະເຂດ. 2) ເພື່ອປຶກສາຫາລື ປະເມີນຄວາມຮູ້ ຄວາມສາມາດ ແລະ ຄວາມຕ້ອງການສ້າງຄວາມເຂັ້ມແຂງທາງດ້ານວິຊາການຂອງພະນັກງານຂັ້ນເມືອງ, ຂັ້ນແຂວງ ກ່ຽວກັບການຈັດການດິນ ແລະ ນໍ້າ ຢູ່ແຂວງສະຫວັນນະເຂດ. ກອງປະຊຸມໄດ້ຮັບຟັງການລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການ ແລະ ຜົນໄດ້ຮັບຈາກການສຳພາດເກັບກຳຂໍ້ມູນຕົວຈິງ ກ່ຽວກັບການປະເມີນຄວາມຮູ້ຄວາມສາມາດ ແລະ ຄວາມຕ້ອງການຂອງພະນັກງານຂັ້ນເມືອງ, ຂັ້ນແຂວງ ກ່ຽວກັບການຈັດການດິນ ແລະ ນໍ້າ ຂອງບັນດາຂະແໜງການອ້ອມຂ້າງພະແນກກະສິກໍາ ແລະ ປ່າໄມ້ ຄື: ຂະແໜງ ຄຸ້ມຄອງ ແລະ ພັດທະນາທີ່ດິນ, ປູກຝັງ, ຊົນລະປະທານ, ປ່າໄມ້, ລ້ຽງສັດ ແລະ ການປະມົງ, ພັດທະນາຊົນນະບົດ ແລະ ບໍລິຫານ ແລະ ແຜນການ; ຫ້ອງການ ກະສິກໍາ ແລະ ປ່າໄມ້ ເມືອງສອງຄອນ, ອາດສະພອນ, ພະລານໄຊ, ເມືອງພິນ ແລະ ເມືອງນອງ ຂອງແຂວງ ສະຫວັນນະເຂດ ໂດຍ ທ່ານ ປອ ໄຊສົງຄາມ ໄຊຍະວົງ ຮັກສາການ ຫົວໜ້າສູນສໍາຫລວດ ແລະ ວາງແຜນນໍາໃຊ້ທີ່ດິນກະສິກໍາ. ພ້ອມທັງນຳສະເໜີ ແຜນດໍາເນີນງານ ແລະ ກຳນົດຫົວຂໍ້ຫຼັກໃນການຝຶກອົບຮົມ ເພື່ອສ້າງຄວາມເຂັ້ມແຂງທາງດ້ານວິຊາການ ໃຫ້ແກ່ພະນັກງານຂັ້ນເມືອງ, ຂັ້ນແຂວງ ກ່ຽວກັບການຈັດການດິນ ແລະ ນໍ້າ ຢູ່ແຂວງສະຫວັນນະເຂດ ເຊີ່ງມີຫົວຂໍ້ດັ່ງລຸ່ມນີ້: 1) ການຈັດການນໍ້າ ໃນດິນກະສິກໍາ (ດິນປູກ ແລະ ດິນລ້ຽງ) 2) ການປັບປຸງດິນ 3) ການວິໃຈດິນພາກສະໜາມ 4) ການນໍາໃຊ້ໂປແກຼມ GIS ສໍາລັບວຽກງານທີ່ດິນກະສິກໍາ 5) ເຜີຍແຜ່ຍຸດທະສາດ ກ່ຽວກັບການຈັດການດິນ ແລະ ນໍ້າ 6) ການນໍາໃຊ້ຂໍ້ມູນແຜນທີ່ຊະນິດຕ່າງໆ ຂອງແຂວງ ແລະ ເມືອງທີ່ມີແລ້ວ ຫລັງຈາກນັ້ນ ກອງປະຊຸມປຶກສາຫາລື ການປະເມີນຄວາມຮູ້ຄວາມສາມາດ ແລະ ຄວາມຕ້ອງການສ້າງຄວາມເຂັ້ມແຂງ ທາງດ້ານວິຊາການ ຂອງພະນັກງານຂັ້ນເມືອງ ແລະ ຂັ້ນແຂວງ ກ່ຽວກັບການຈັດການດິນ ແລະ ນໍ້າ ຢູ່ແຂວງສະຫວັນນະເຂດໄດ້ປິດລົງໃນມື້ດຽວກັນ.



homescontents
homescontents