Logo
Untitled 1

ວິໄສທັດ: ຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ ທີ່ດິນກະສິກໍາ ໃຫ້ມີປະສິດທິຜົນ ຕາມທິດສີຂຽວ ແລະ ຍືນຍົງ. ເປົ້າໝາຍ: ເພີ່ມທະວີ ວຽກງານການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ໃນໄລຍະໃໝ່ ແນໃສ່ຮັກສາໄວ້ທີ່ດິນກະສິກຳ ໃນເນື້ອທີ່ 4,5 ລ້ານເຮັກຕາ ຫຼື ກວມເອົາ 19%   ຂອງເນື້ອທີ່ດິນທົ່ວປະເທດ, ນໍາໃຊ້ທີ່ດິນກະສິກໍາ ໃຫ້ມີປະສິດທິຜົນສູງ ມີຄວາມຍືນຍົງ ປະກອບສ່ວນ ເຂົ້າໃນການຊຸກຍູ້ຂະຫຍາຍເສດຖະກິດຂອງປະເທດ ແລະ ປັບປຸງຊີວິດການເປັນຢູ່ ຂອງປະຊາຊົນໃຫ້ດີຂຶ້ນ.

ຂະບວນນັກສຶກສາ ຊັ້ນປະລິນຍາໂທ ສາຂາ ການປູກພືດແບບຢືນຍົງ ຄະນະກະເສດສາດ ແລະ ປ່າໄມ້ ແຂວງຈຳປາສັກ ທັດສະນະສຶກສາ ເພື່ອແລກປ່ຽນບົດຮຽນທາງດ້ານວິຊາການ ຢູ່ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ

ໃນຕອນເຊົ້າ ຂອງວັນທີ 30 ມັງກອນ 2024 ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ເຂົ້າຮ່ວມຕ້ອນຮັບ ໂດຍ ທ່ານ ປອ ທັດເທວາ ສະພັງທອງ ຮອງຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ພ້ອມດຽວກັນນັ້ນ ກໍ່ໄດ້ມີບັນດາທ່ານ ຄະນະພະແນກ, ຄະນະສູນ, ອາຈານ ແລະ ທີມນັກສຶກສາ ເຂົ້າຮ່ວມທັງໝົດ ຈໍານວນ 26 ທ່ານ. ຫລັງຈາກນັ້ນ ກໍ່ໄດ້ຮັບຟັງການບັນຍາຍ ກ່ຽວກັບວຽກງານການຄຸ້ມຄອງທີ່ດິນ, ສໍາຫຼວດ, ວິໄຈດິນ ແລະ ການຄຸ້ມຄອງການນຳໃຊ້ຝຸ່ນ ທີ່ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ເພື່ອເປັນຂໍ້ມູນ ໃນການຄົ້ນຄ້ວາ ແລະ ສຶກສາຮໍ່າຮຽນ, ພ້ອມທັງນໍາສະເໜີ ກ່ຽວກັບຖານຂໍ້ມູນ, ເວບໄຊ, ເຟດບຸກຕ່າງໆ ຂອງກົມ ທີ່ສາມາດນໍາໃຊ້ເພື່ອດາວໂຫລດຂໍ້ມູນທີ່ສຳຄັນ ເພື່ອນໍາໃຊ້ເຂົ້າໃນການຂຽນບົດ ຫລື ເພື່ອຮຽນຮູ້ ບັນດາຂໍ້ມູນຕ່າງໆ. ພ້ອມກັນນັ້ນ ຍັງໄດ້ມີການເຂົ້າຢ້ຽມຊົມຫໍພີພິຕະພັນດິນ ແລະ ຫ້ອງວິໄຈ ດິນ, ພືດ, ຝຸ່ນ ເພື່ອແລກປ່ຽນບົດຮຽນ ທາງດ້ານວິຊາການ ແລະ ນໍາໄປຜັນຂະຫຍາຍເຂົ້າໃນວຽກງານຕົວຈິງ.



homescontents
homescontents