
ກອງປະຊຸມ ຄະນະຊີ້ນຳຂັ້ນສູນກາງ ຂອງໂຄງການພັດຖະນາພື້ນຖານໂຄງລ່າງຊົນນະບົດ ແລະ ການຄຸ້ມຄອງອ່າງໂຕ່ງແບບຍືນຍົງ (ພຊຄ) ແລະ ໂຄງການຊົນລະກະເສດ ແລະ ການຜະລິດເປັນສິນຄ້າຂະໜາດນ້ອຍ (ຊກຂ)
ໃນວັນທີ 31/12/2024, ກົມຊົນລະປະທານໄດ້ຈັດກອງປະຊຸມຄະນະຊີ້ນຳຂັ້ນສູນກາງຂອງໂຄງການພັດຖະນາພື້ນຖານໂຄງລ່າງຊົນນະບົດ ແລະ ການຄຸ້ມຄອງອ່າງໂຕ່ງແບບຍືນຍົງ (ພຊຄ) ແລະ ໂຄງການຊົນລະກະເສດ ແລະ ການຜະລິດເປັນສິນຄ້າຂະໜາດນ້ອຍ (ຊກຂ) ໄດ້ຈັດຂຶ້ນ ທີ່ໂຮງແຮມ ລາວພລາຊາ, ໂດຍການເປັນປະທານຂອງ ທ່ານ ທອງພັດ ວົງມະນີ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ປະທານຄະນະຊີ້ນຳໂຄງການ ຂັ້ນສູນກາງ ແລະ ມີທ່ານ ຮອງເຂົ້າແຂວງ 4 ແຂວງເປົ້າ ໝາຍ ເປັນຄະນະປະທານຮ່ວມ (ຫົວພັນ, ຊຽງຂວາງ, ຫຼວງພະບາງ, ໄຊຍະບູລີ) ແລະ ມີຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ທັງ4 ແຂວງເປົ້າໝາຍ ພ້ອມດ້ວຍ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ເປົ້າໝາຍຂອງໂຄງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ອື່ນໆເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມດັ່ງກ່າວ ແມ່ນເພື່ອສະຫຼູບລາຍງານ ແລະ ທົບທວນຄວາມຄືບໜ້າ ພ້ອມຕີລາຄາຜົນໄດ້ຮັບ ແລະ ສະຫຼບຖອດຖອນບົດຮຽນ ຂໍ້ດີ, ຂໍ້ຫຍຸງຍາກ ລວມທັງວຽກຄ້າງຄາ, ບັນຫາຂອງການຈັດຕັ້ງປະຕິບັດວຽກງານໂຄງການ ໃນ1ປີ ຜ່ານມາ (ປີ 2023) ແລະ ຜ່ານແຜນວຽກ ແລະ ງົບປະມານ ສໍາລັບປີ 2024. ພ້ອມນີ້ ບັນດາທ່ານຜູ້ເຂົ້າຮ່ວມຍັງປະກອບຄໍາເຫັນ ໃນການຈັດຕັ້ງປະຕິບັດວຽກງານໂຄງການ ປະຈຳປີ 2023 ແລະ ວາງແຜນການຮ່ວມກັນ ກ່ຽວກັບແຜນວຽກ ແລະ ງົບປະມານ ປະຈຳປີ 2024 ເພື່ອຄວາມເປັນເອກະພາບໃນຂັ້ນສູນກາງ ແລະ ທ້ອງຖິ່ນ ແນໃສ່ການຈັດຕັ້ງປະຕິບັດໃຫ້ຖືກຕ້ອງສອດຄ່ອງ ແລະ ໄປລວງດຽວກັນ. ເນືອງໃນໂອກາດຈັດກອງປະຊຸມຄັ້ງນີ້, ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ໃນນາມເປັນຄູ່ຮ່ວມງານຫຼັກ ໃນການຈັດຕັ້ງປະຕິບັດກິດຈະກຳໂຄງການ ແມ່ນໄດ້ຮັບ-ມອບ ອຸປະກອນ ເຄື່ອງມືຮັບໃຊ້ວິຊາການ ຈໍານວນ 6 ລາຍການ: Ipad 1 ເຄື່ອງ, ຄອມພິວເຕີໂນດບຸກ ຈຳນວນ 3 ເຄື່ອງ, ຄອມພິວເຕີຕັ້ງໂຕະ ຈຳນວນ 1 ເຄື່ອງ ແລະ ເຄື່ອງປີ່ນເຕີ ຈຳນວນ 1 ເຄື່ອງ ມອບໂດຍ ທ່ານ ໄຈເພັດ ເຮືອງຖາວອນ, ຫົວໜ້າພະແນກ ກປ ແຂວງ ຫົວພັນ ແລະ ທ່ານ ສົມສະໝອນ ຜະລີຈັນ ຫົວໜ້າພະແນກ ກປ ແຂວງຊຽງຂວາງ ເປັນຜູ້ຂື້ນມອບ ແລະ ຕາງໜ້າໃຫ້ກົມ ຄພດກ ແມ່ນ ທ່ານ ໄພທູນ ພິລາກອນ, ຮອງຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ເປັນຜູ້ຂື້ນຮັບ ເຄື່ອງຊ່ວຍເຫຼືອດັ່ງກ່າວ.

