
ກະຊວງກະສິກໍາ ແລະ ປ່າໄມ້ ຮ່ວມກັບ ນະຄອນຫລວງວຽງຈັນ ປ່ອຍປາ 400.000ໂຕ ລົງສູ່ທໍາມະຊາດ.
ຕອນເຊົ້າ ວັນທີ 13 ກໍລະກົດ 2024, ທີ່ບ້ານຮ່ອງສຸພາບ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ກະຊວງກະສິກໍາ ແລະປ່າໄມ້ ຮ່ວມກັບ ນະຄອນຫລວງວຽງຈັນ ຈັດພິທີປ່ອຍປາລົງສູ່ທໍາມະຊາດ ເນື່ອງໃນໂອກາດ ສະເຫຼີມສະຫຼອງວັນປ່ອຍປາ ແລະ ສັດນໍ້າ ແຫ່ງຊາດ. ໂດຍການໃຫກຽດເຂົ້າຮ່ວມໃນພິທີ ຂອງ ທ່ານ ບຸນທອງ ຈິດມະນີ, ຮອງປະທານປະເທດ, ທ່ານ ລິນຄໍາ ດວງສະຫວັນ, ລັດຖະມົນຕີ ກະຊວງ ກະສິກໍາແລະ ປ່າໄມ້; ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ; ພ້ອມດ້ວຍ ເອກອັກຄະລັດຖະທູດ ຮົງກາລີ ປະຈຳ ສປປ ລາວ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ແລະປະຊາຊົນບ້ານໃກ້ຄຽງເຂົ້າຮ່ວມ.

