ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ສ້າງຂະບວນການ ປູກຕົ້ນໄມ້ ຕ້ອນຮັບ ວັນປູກຕົ້ນໄມ້ແຫ່ງຊາດ
ໃນຕອນເຊົ້າຂອງວັນທີ 31 ພຶດສະພາ 2024, ເນື່ອງໃນໂອກາດ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 44 ປີ, ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ໄດ້ສ້າງຂະບວນການປູກຕົ້ນໄມ້ ປະເພດຕົ້ນຊາຂຽວ, ຕົ້ນໄມ້ກິນໝາກ ຈຳນວນ ທັງໝົດ 2000 ເບ້ຍ ໃສ່ຕາມຈຸດຕ່າງໆ ເປັນຕົ້ນແມ່ນ ບໍລິເວນ ຫໍພິພິຕະພັນດິນຂອງກົມ, ໂດຍການນຳພາຂອງທ່ານ ຫົວໜ້າກົມ, ຄະນະກົມ, ຫົວໜ້າພະແນກ, ຄະນະພະແນກ, ຫົວໜ້າສູນ, ຄະນະສູນ ພ້ອມດ້ວຍ ພະນັກງານພາຍໃນກົມ ຄພດກ ເຂົ້າຮ່ວມຢ່າງພ້ອມພຽງ. ການຈັດຕັ້ງກິດຈະກຳປູກຕົ້ນໄມ້ຄັ້ງນີ້ແມ່ນເພື່ອເປັນການສ້າງບັນຍາກາດແຫ່ງຄວາມສາມັກຄີມິດຕະພາບ ໃຫ້ແກ່ພະນັກງານພາຍໃນກົມ ທັງເປັນການປະກອບສ່ວນເຮັດໃຫ້ການຟື້ນຟູພື້ນທີ່ດັ່ງກ່າວ ໃຫ້ກາຍເປັນພື້ນທີ່ສີຂຽວ ເພີ່ມຄວາມອຸດົມສົມບູນໃຫ້ແກ່ທຳມະຊາດ ແລະ ເປັນການປະກອບສ່ວນຈັດຕັ້ງປະຕິບັດຄາດ ໝາຍດ້ານສິ່ງແວດລ້ອມ ໃຫ້ມີຄວາມອຸດົມສົມບູນ, ກາຍເປັນອົງປະກອບທີ່ສຳຄັນ ໃນໂຄງປະກອບເສດຖະກິດແຫ່ງຊາດ ແລະທັງເປັນການປະຕິບັດພາຍໃຕ້ຄຳຂວັນທີ່ວ່າ:"ຮ່ວມກັນຢຸດທຳລາຍປ່າ,ຈູດປ່າແບບຊະຊາຍ ເພື່ອຟື້ນຟູດິນ, ຕ້ານໄຟແຫ້ງແລ້ງ ແລະ ໄຟນ້ຳຖ້ວມ".