ກອງປະຊຸມທາບທາມ ບຸກຄະລາກອນ ສະໝັກຄັດເລືືອກຄະນະໜ່ວຍ ຊປປລ ຂອງສູນສໍາຫລວດ ແລະ ວາງແຜນນໍາໃຊ້ທີ່ດິນກະສິກໍາ ຊຸດໃໝ່
ໃນຕອນເຊົ້າຂອງວັນທີ 31/05/2024 ໄດ້ເປີດກອງປະຊຸມທາບທາມ ບຸກຄະລາກອນ ສະໝັກຄັດເລືືອກຄະນະໜ່ວຍ ຊປປລ ຂອງສູນສໍາຫລວດ ແລະ ວາງແຜນນໍາໃຊ້ທີ່ດິນກະສິກໍາ ຊຸດໃໝ່ຂື້ນ ທີ່ຫ້ອງປະຊຸມຂອງສູນ, ເຊີ່ງໃຫ້ກຽດເປັນປະທານ ຂອງ ສະຫາຍ ຈັນທະສອນ ຄໍາໄຊຄ້າຍ ຮອງເລຂາໜ່ວຍພັກ ສູນສຳຫລວດ ແລະ ວາງແຜນນໍາໃຊ້ທີ່ດິນກະສິກໍາ, ສະຫາຍ ນາງ ຫົງທອງ ເພັດວິໄຊ ຮອງເລຂາ ຊປປລ ຮາກຖານ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ, ສະຫາຍ ນາງ ອຳໄພ ພະສີສົມບັດ ຄະນະ ຊປປລ ຮາກຖານ ແລະ ທັງເປັນຄະນະ ຊປປລ ໜ່ວຍ ສຄກ ເປັນປະທານຮ່ວມ, ນອກນັ້ນຍັງມີ ບັນດາແຂກຕາງໜ້າສາມອົງການຈັດຕັ້ງພາຍໃນກົມ ເຂົ້າຮ່ວມທັງໝົດ 16 ສະຫາຍ, ຍິງ 9 ສະຫາຍ. ຈຸດປະສົງຂອງກອງປະຊຸມໃນຄັ້ນີ້ ແມ່ນເພື່ອຄັດເລືອກຄະນະ ຊປປລ ໜ່ວຍຂອງສູນຊຸດໃໝ່ ພ້ອມທັງໄດ້ຜ່ານບົດສະຫລຸບການເຄື່ອນໄຫວວຽກງານຂອງ ຊປປລ ໜ່ວຍ ສຄກ ແຕ່ປີ 2020-2025 ແລະ ທິດທາງແຜນການເຄື່ອນ ໄຫວວຽກງານ ປີ 2026-2030, ພ້ອມທັງແລກປ່ຽນຄວາມຄິດເຫັນຕໍ່ຮ່າງບົດລາຍງານດັ່ງກ່າວຢ່າງກົງໄປກົງມາຂອງບັນດາແຂກທີ່ເຂົ້າຮ່ວມຢ່າງມີສີສັນ. ຈາກນັ້ນໃນເວລາຕໍ່ມາກໍ່ໄດ້ໃຫ້ຜູ້ສະໝັກຄັດເລືອກຂື້ນແນະນໍາໂຕເອງ, ຜ່ານລະບຽບການປ່ອນບັດ, ຢາຍບັດຄັດເລືຶອກລົງຄະແນນສຽງ ພ້ອມທັງດຳເນີນການປ່ອນບັດຄັດເລືອກຕາມລະບຽບການ ແລະ ລາຍງານຜົນຂອງການນັບຄະແນນ. ຫລັງຈາກນັ້ນ ສະຫາຍ ປະທານກອງປະຊຸມ ກໍ່ໄດ້ໃຫ້ທິດຊີ້ນໍາຕໍ່ວຽກງານດັ່ງກ່າວ ໂດຍສະເພາະວຽກອົງການຈັດຕັ້ງຂອງ ຊປປລ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.