ວິທີການເຮັດນໍ້າໝັກຈາກໜໍ່ກ້ວຍ
ການເຮັດປຸ່ຍອິນຊີ ແບບນໍ້າ ຫຼື ທີ່ເອີ້ນວ່ານໍ້າຫົວເຊຶ້ອ EM ຊຶ່ງເປັນສູດເລັ່ງການຈະເລີນເຕິບໂຕ ສາມາດນໍາໄປໃຊ້ໄດ້ກັບພືດທຸກຊະນິດ ຊ່ວຍໃນການເພີ່ມພູນຜົນຜະລິດ ແລະ ຫຼຸດຜ່ອນຕົ້ນທຶນ, ນອກຈາກຈະຊ່ວຍໃນການບໍາລຸງດິນແລ້ວຍັງຊ່ວຍປ້ອງກັນເຊື້ອລາ ແລະ ເຮັດໃຫ້ໂຄງສ້າງຂອງດິນດີຂື້ນ ລວມເຖີງການປັບປຸງບຳລຸງດິນໄດ້ເປັນຢ່າງດີ. ການເຮັດນໍ້າໝັກ EM ສາມາດເຮັດໄດ້ຫຼາຍຮູບແບບ ໂດຍການນໍາສີ່ງເສດເຫຼືອທີ່ຫາງ່າຍ ແລະ ລາຄາຖືກໃນຖ້ອງຖິນມາເປັນສ່ວນປະສົມ. ສຳລັບໃນຄິບວີດີໂອນີ້ ເຮົາຈະມາເຮັດນໍ້າໝັກຈາກໜໍກ້ວຍ ສ່ວນປະສົມແມ່ນຈະປະກອບມີ 1. ໜໍ່ກ້ວຍຊະນິດໄດ້ກໍ່ໄດ້ແຕ່ສີ່ງສຳຄັນຄຶການເລືອກໜໍ່ກ້ວຍທີ່ມີຄວາມສຸງບໍ່ເກີນ 1 ແມັດ ເພາະຕົ້ນກວ້ຍຂະໜາດນ້ອຍຈະມີສານອາຫານທີ່ສະສົມຢູ່ຫຼາຍກວ່າຕົ້ນກ້ວຍທີ່ມີຂະໜາດໃຫຍ່ ຊອຍເປັນຕ້ອນ ໃຫ້ມຸ່ນໆ ແລ້ວ ຊັ່ງໃສ່ຖັງດຳ ສັ່ງໃຫ້ໄດ້ 9 ໂລ. 2. ເທກາກນໍ້າຕານ ຈຳນວນ 3 ລິດ ລົງໄປໃນຖັງ ເພື່ອເປັນອາຫານຈຸລິນຊີຖ້າໃຜບໍ່ມີກາກນໍ້າຕານແມ່ນໃຊ້ເປັນ ນໍ້າຕານຊາຍແດງກໍ່ໄດ້, ຫຼັງຈາກນັ້ນນໍ້າສະອາດ 9 ລິດ ປະສົມຫົວເຊື້ອ EM 200 ຊິຊິ ແລະ ຄ່ອຍຄ່ອຍຄົນເພຶ່ອໃຫ້ກາກນໍ້່າຕານລະລາຍເທນໍ້າໃສ່ໃຫ້ຖ້ວມໜໍ່ກ້ວຍທີ່ຊອຍໄວ້ກະພໍ ບໍ່ໃຫ້ເທຫຼາຍຈົນເກີນໄປຈາກນັ້ນໃຫ້ນຳຝາມາປິດໄວ້ແລ້ວຕັ້ງໝັກໄວ້ໃນບ່ອນຮົ່ມ ໂດຍໃຊ້ເວລາໝັກປະມານ 21 ມື້ ໃນຊ່ວງເວລາ ຂອງການໝັກໃຫ້ເປີດຄົນກະຕຸ້ນທຸກມື້ ຫຼັງຈາກ ປະໄວ້ 1 ອາທິດມັນຈະເກີດເປັນຝາສີຂາວຂື້ນຢູ່ເທີງຜີວນໍ້າ ຫຼັງຈາກຄົບ 14 ມື້ ແລ້ວຈຶ່ງຕອງຂະຫຍາຍເຊື້ອໂດຍໃສ່ນໍ້າສະອາດ 1 ລິດຫົວເຊື້ອທີ່ໄດ້ ຕໍ່ ນໍ້າສະອາດ 3 ລິດ ປະໄວ້ 1 ອາທິດ ກໍ່ສາມາດນໍາໄປໃຊ້ໄດ້ ຫຼືຮ່າຍໃສ່ຕຸກປະໄວ້ໃຊ້ງານໄດ້ເລີຍ, ອັດຕາໃສ່ 150-200 ຊີຊີຕໍ່ນໍ້າ 10 ລິດ ຫົດທຸກໆ 2-3 ວັນ.