ພິທີ ຮັບສະມາຊິກພັກ ສຳຮອງ ຂອງຄະນະພັກຮາກຖານ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ
ໃນຕອນບ່າຍ ຂອງວັນທີ 28 ມີຖຸນາ 2024 ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ໄດ້ຈັດ ພິທີ ຮັບສະມາຊິກພັກສຳຮອງ ຂື້ນ, ໂດຍການໃຫ້ກຽດເປັນປະທານຂອງ ສະຫາຍ ປອ ນິວົງ ສີປະເສີດ ເລຂາ ຄະນະພັກຮາກຖານກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ໃນນັ້ນ ກໍ່ມີ ສະຫາຍ ຮອງເລຂາ, ຄະນະພັກ, ເລຂາໜ່ວຍພັກ, ຄະນະໜ່ວຍພັກ, ຫົວໜ້າຈຸ, ຮອງຈຸ, ພ້ອມດ້ວຍສະມາຊິກພັກສົມບູນ ແລະ ສຳຮອງ ເຂົ້າຮ່ວມທັງໝົດ 32 ສະຫາຍ, ຍີງ 12 ສະຫາຍ. ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອ ຈັດພິທີ ຮັບສະມາຊິກພັກສຳຮອງ ຂອງຄະນະພັກຮາກຖານ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ. ເຊີ່ງໃນພິທີດັ່ງກ່າວ ຄະນະພັກ ກໍ່ໄດ້ຂື້ນອ່ານຜ່ານມະຕິຂໍ້ຕົກລົງ ວ່າດ້ວຍການຮັບສະມາຊິກພັກສຳຮອງ ແລະ ໃຫ້ສະມາຊິກພັກໃໝ່ ຂື້ນເທິງເວທີເພື່ອຮັບເອກະສານ ແລະ ຄຳໂອ້ລົມ ຂອງສະຫາຍ ເລຂາຄະນະພັກ ຮາກຖານຂອງກົມ ລ້ວນແຕ່ມີຄວາມໝາຍຄວາມສຳຄັນ ໃຫ້ແກ່ສະມາຊິກພັກໃໝ່ ເພື່ອນໍາໄປຜັນຂະຫຍາຍເຂົ້າໃນວຽກງານຕົວຈິງ ບໍ່ວ່າຈະເປັນທາງດ້ານແນວຄິດການເມືອງ ແລະ ວຽກງານວິຊາສະເພາະ ໃຫ້ມີຄວາມຮັບຜິດຊອບຕໍ່ວຽກງານທີ່ຕົນເອງຮັບຜິດຊອບ, ປະຕິບັດໃຫ້ຖືກຕ້ອງຕາມລະບຽບການຂອງພັກ ແລະ ລັດ ວາງອອກຢ່າງເຂັ້ມງວດ, ໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ບັນລຸຕາມຄາດໝາຍທີ່ວາງໄວ້.