
ປັບປຸງເນື້ອໃນຮ່າງດໍາລັດວ່າດ້ວຍທີ່ດິນກະສິກຳ
ກອງປະຊຸມ ປັບປຸງເນື້ອໃນ ຮ່າງດໍາລັດ ວ່າດ້ວຍ ທີ່ດິນກະສິກຳ ຕາມຄໍາຄິດເຫັນ ຂອງບັນດາ ສະາຊິກລັດຖະບານ ໄດ້ຈັດຂື້ນຄັ້ງວັນທີ 13 ມັງກອນ 2025 ຢູ່ທີ່ຫ້ອງປະຊຸມຕົ້ນດູ່ ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານ ຂອງ ທ່ານ ສົມກຽດພະສີ ຮອງລັດຖະມົນຕີ ປະຈໍາສໍານັກງານ ນາຍົກລັດຖະມົນຕີ ແລະ ມີຮອງລັດຖະມົນຕີ ຂອງກະຊວງກະສິກຳ ແລະ ປ່າໄມ້ ທ່ານ ກິແກ້ວ ສີນາມວົງ, ຮອງລັດຖະມົນຕີ ກະຊວງ ຍຸດຕິທໍາ ທ່ານ ກົງຈິ້ ຢາງຈືເປັນຄະນະປະທານຮ່ວມ ແລະ ມີບັນດາທ່ານ ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກທີ່ກ່ຽວຂ້ອງ, ທ່ານຜູ້ຕາງໜ້າທະນາຄານກາງ, ຫ້ອງການກະຊວງ ຕະຫຼອດຮອດຄະນະວິຊາການສ້າງຮ່າງ ດໍາລັດດັ່ງກ່າວ ເຂົ້າຮ່ວມທັງໝົດ ຈໍານວນ 35 ທ່ານ ຍີງ 8 ທ່ານ.
ຈຸດປະສົງຂອງການຈັດກອງປະຊຸມ ຄັ້ງນີ້ ແມ່ນເພື່ອພ້ອມກັນຄົ້ນຄວ້າ ແລະ ປັບປຸງຮ່າງດໍາລັດວ່າດ້ວຍ ທີ່ດິນກະສິກຳ ຕາມການປະກອບ ຄໍາເຫັນຂອງບັນດາທ່ານສະມາຊິກລັດຖະບານ ຄັ້ງວັນທີ 21 ພະຈິກ 2024 ທີ່ໄດ້ສະເໜີໃຫ້ມີການພິຈາລະນາປັບປຸງ ບາງເນື້ອໃນ, ບາງມາດຕາ ແລະ ບາງຈຸດ ທີ່ຍັງບໍ່ຂະແຈ້ງ ຊື່ງເປັນການຄົ້ນຄວ້າ ແລະ ປັບປູງຄັ້ງສູດທ້າຍ ກ່ອນພາກສ່ວນກ່ຽວຂ້ອງຈະນໍາສະເໜີຫາຫ້ອງການສໍານັກງານ ນາຍົກລັດຖະມົນຕີ ເພື່ອການຄົ້ນພິຈາລານະ ແລະ ນໍາເຂົ້າຫານາຍົກລັດຖະມົນຕີ ເພື່ອການອະນຸມັດປະກາດໃຊ້ຕໍ່ໄປ. ຮ່າງດໍາລັດ ວ່າດ້ວຍທີ່ດິນກະສີກຳ ສະບັບດັ່ງກ່າວ ປະກອບດ້ວຍ 16 ໝອດ 81ມາດຕາ ກອງປະຊຸມຄັ້ງນີ້ ໄດ້ປັບປຸງ ໂຄງປະກອບ ຢູ່3 ໝອດ ແລະ ປັບປຸງເນື້ອໃນ ຢູ່ 8 ມາດຕາ.
ພາບ-ຂ່າວໂດຍ: ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ

