Logo
Untitled 1

ວິໄສທັດ: ຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ ທີ່ດິນກະສິກໍາ ໃຫ້ມີປະສິດທິຜົນ ຕາມທິດສີຂຽວ ແລະ ຍືນຍົງ. ເປົ້າໝາຍ: ເພີ່ມທະວີ ວຽກງານການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ໃນໄລຍະໃໝ່ ແນໃສ່ຮັກສາໄວ້ທີ່ດິນກະສິກຳ ໃນເນື້ອທີ່ 4,5 ລ້ານເຮັກຕາ ຫຼື ກວມເອົາ 19%   ຂອງເນື້ອທີ່ດິນທົ່ວປະເທດ, ນໍາໃຊ້ທີ່ດິນກະສິກໍາ ໃຫ້ມີປະສິດທິຜົນສູງ ມີຄວາມຍືນຍົງ ປະກອບສ່ວນ ເຂົ້າໃນການຊຸກຍູ້ຂະຫຍາຍເສດຖະກິດຂອງປະເທດ ແລະ ປັບປຸງຊີວິດການເປັນຢູ່ ຂອງປະຊາຊົນໃຫ້ດີຂຶ້ນ.

ກອງປະຊຸມ ໜ່ວຍພັກຮາກຖານ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ

ໃນວັນທີ 5 ພຶດສະພາ 2025, ໜ່ວຍພັກຮາກຖານ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳໄດ້ຈັດກອງປະຊຸມ ຮ່ວມຊີວິດພັກ ປະຈໍາສາມເດືອນ ຂື້ນຢູ່ທີ່ຫ້ອງປະຊຸມຂອງກົມ ທີ່ສູນສໍາຫຼວດ ແລະ ວາງແຜນນໍາໃຊ້ທີ່ດິນ ໂດຍການເປັນປະທານ ຂອງ ສະຫາຍ ຮອງເລຂາໜ່ວຍພັກຮາກຖານ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສີກຳ, ປອ ທັດເທວາ ສະພັງທອງ ແລະ ມີສະມາຊິກພັກ (ສົມບູນ ແລະ ສໍາຮອງ) ເຂົ້າຮ່ວມທັງໝົດ ຈໍານວນ30 ສະຫາຍ (ຍີງ12ສະຫາຍ)

ວາລະການດໍາເນິນກອງປະຊຸມຄັ້ງນີ້ປະກອບດ້ວຍ: (1)ເຜີຍແຜ່ ເອກະສານ ວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ຄົບ ຮອບ 70ປີ, (2)ການທາບທາມ ສະມາຊິກສໍາຮອງເລື່ອນຂື້ນເປັນສະມາຊີກພັກສົມບູນ: (3) ທາບທາມ ເອົາມະຫາຫາຊົນກ້າວໜ້າຈໍານວນນື່ງ ເພື່ອສະເໜີເຂົ້າເປັນສະມາຊີກສໍາຮອງ, ແລະ (4)ການດໍາເນິນຮ່ວມຊີວິດພັກປົກກະຕິ ປະຈໍາສາມເດືອນຂອງໜ່ວຍພັກຮາກຖານກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ.

ໜ່ວຍພັກຮາກຖານ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ມີສະມາຊີກພັກທັງໝົດ 54 ສະຫາຍ (ຍີງ16ສະຫາຍ) ມີສະມາຊີກ ສໍາຮອງ 5 ສະຫາຍ(ຍີງ2ສະຫາຍ). ກອງປະຊຸມການທາບທາມສະມາຊີກພັກສໍາຮອງຄັ້ງນີ້ ແມ່ນໄດ້ມີມະຕິຮັບຮອງເອົາທັງໝົດສະມມຊິກພັກສໍາຮອງ 5 ສະຫາຍ ຕາມທີ່ກ່າວມາຂ້າງເທິງ ເພື່ອສະເໜີຂໍເລືອ່ນຂື້ນເປັນ ສະມາຊິກພັກສົມບູນຕໍ່ໄປ. ສໍາລັບການທາບທາມເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງນັ້ນ ກອງປະຊຸມແມ່ນມີຄວາມເປັນເອກພາບ ແລະ ເຫັນດີ ສະເໜີຕໍ່ຄະນະພັກຂັ້ນເທິງ ເພື່ອການຄົ້ນຄວ້າ ແລະ ພິຈາລະນາ ໃນການອະນຸມັດຕໍ່ໄປ.



homescontents
homescontents